ພໍດີ Planet ເພີ່ນໃຈດີໃຫ້ມາລອງກໍ່ເລີຍຈັບມີລີວິວກັນຈັກຫນ້ອຍ
ການລີວິວນີ້ອາດຈະບໍ່ຄັດປານໃດກໍ່ຢ່າວ່າກັນເດີເພາະບໍ່ເຄີຍຈັກເທື່ອ
ມາເຂົ້າເລື້ອງກັນດີກວ່າ ເອົາກັນຕັ້ງແຕ່ກ່ອງພຸ້ນແລະ (VIP_C8) ໂອ໋ VIP ຫະຫະ
ເປິດກ່ອງອອກມາກໍ່ພົບກັບຕົວເຄື່ອງສີຂາວ ແລະ ມີໂລໂກ Planet ເລີຍ ໂດຍອຸກອນໂຕນີ້ຕາມທີ່ຫາຂໍ້ມູນມາແມ່ນຂອງ MediaTek ລຸ້ນ MediaTek MT7118 WiMAX USB
ແລະໃນກ່ອງກໍ່ມີຢູ່ 4 ຢ່າງນັ້ນກໍ່ຄື ໂຕເຄື່ອງ WiMAX USB Modem, USB Cable, LCD Hook ແລະ ຄູ່ມື ແຕ່ທີ່ເຫັນໃນຄູ່ມືມັນບາງຢ່າງຫາຍໄປນັ້ນກໍ່ຄື 3M Sticker ແລະ Suction Cap
ກໍ່ຕໍ່ຄອມເພື່ອຕິດຕັ້ງ Driver ເຊີ່ງມັນຈະມີມາໃນຕົວມັນເລີຍຄືກັບຂອງ Unitel, ETL ...
ຫລັງຈາກຕິດຕັ້ງແລ້ວກໍ່ຈະພົບໄອຄອນ
ເປິດໂປຼແກຼມຂື້ນມາ
ກົດເຊື່ອມຕໍ່
ຫລັງຈາກນີ້ມາເບີ່ງເລື້ອງສັນຍານກັນ ຕ່ອນທົດລອງນີ້ຢູ່ທີ່ ບ້ານໂພນພະເນົາ
ການເຂົ້າຫນ້າເວບນັ້ນໄວດີ ແລະ ມາລອງ Speed test ກັນເບີ່ງ
ມາເລີ່ມທີ່ລາວເຮົາກັນກ່ອນເລີຍ
ເລີ່ມຈາກ Beeline
LTC
ຫວຽດນາມ
ໄທ
ຍີປູ່ນ
Sydney
Washington DC
ຫລັງຈາກທີ່ທົດລອງຄວາມໄວກັນມາຫລາຍໂພດລະ ມາລອງໂຫລດກັນແທ້ເລີຍດີກວ່າ
ສຳຫລັບ Host ທຳອິດເນາະ ແມ່ນ Mediafie ທີ່ ຂພຈ ມັນໂຫລດເລິຍ ໄປເບີ່ງກັນວ່າໄວສຳໃດ
ເປັນຈັງໃດກັບ 1.009 Mbps ໄວບໍພີ່ນ້ອງ
ມາຕໍ່ກັນກັບ Youtube ເນາະເຊີ່ງເປັນເວບທີ່ທຸກຄົນຕ້ອງມັນເຂົ້າແນ່ນອນເນາະ (ເພາະມັກເພງເຖື່ອນ) ໄປເບີ່ງກັນວ່າໄວສຳໃດ
ສາມາດເບີ່ງຫນັງແບບ Full HD 720 ໄດ້ຢ່າງສະບາຍເລີຍເນາະ ວ໋າວສຸດຍອດເລີຍພີ່ນ້ອງ
ເບີ່ງແລ້ວລອງໂຫລດເບີ່ງບາດນິ
ໄດ້ຕັ້ງວ່າ 1.2 Mbps ກັນເລີຍ
ສະຫລຸບແລ້ວຖືວ່າໄວດີຖ້າເພີນຮັກສາໄວສຳນີ້ໄດ້ ເພາະເພີ່ນຕ່ອນນີ້ລຸກຄ່າກໍ່ຍັງບໍ່ຫລາຍປານໃດ
ສຳຫລັບລາຄາອຸປະກ່ອນ ກໍ່ເທົ່າໆກັບ 3G ທົ່ວໆໄປ
ແລະເພີ່ນກໍ່ມີຫລາຍ Packet ໃຫ້ນຳໃຊ້ຕາມຄວາມເໜາະສົມ ສຳຫລັບໃຜທີ່ກຳຫລັງຫາ Internet ດີໆໃຊ້ແລ້ວ Planet 4G ນີ້ກໍ່ເປັນທາງເລືອກຫນື່ງທີ່ດີ
ໃຜສົນໃຈກໍ່ຕິດຕໍ່ໄປຫາເພີ່ນໄດ້ເລີຍທີ່ http://www.laopdr.com/
ຫລື Facebook ທີ່ https://www.facebook.com/PlanetLaos
ຂໍຂອບໃຈ Planet ທີ່ໃຫ້ເຄື່ອງມາລອງໃນມື້ນີ້ ຈົບການ ລີວິວ


















