Thursday, 6 October 2011

Steve Jobs ໄດ້ເສຍຊີວິດແລ້ວ

Steve Jobs ໄດ້ເສຍຊີວິດແລ້ວ ຂໍໄວອາໄລໃຫ້ກັບ ທ່ານ Steve Jobs ທີ່ໄດ້ເສຍຊີວິດໄປແລ້ວ ໂດຍລວມອາຍຸໄດ້ 56 ປີ
ຂໍມູນເພີ່ມເຕີມໄດ້ທີ່ http://www.apple.com/stevejobs/
ຫລື ຢາກເມວໄປຮ່ວມໄຫວອາໄລໄດ້ທີ່ rememberingsteve@apple.com

Wednesday, 5 October 2011

ເປິດໂຕໄປແລ້ວສຳຫລັບ iPhone 4S

ໃນທີ່ສຸດກໍ່ເປິດໂຕໄປເປັນທີ່ຮຽບຮ້ອຍແລ້ວໃນມື້ຄືນນີ້ສຳຫລັບ iPhone 4S ຫລັງຈາກ Tim Cook ໄດ້ຂື້ນເວທີ່ Let's talk iPhone ໂດຍ Tim Cook ໄດ້ກ່ວາເຖິງສະເປກ iPhone 4S ວ່າ ໃນ iPhone 4S ຈະໃຊ້ຊິບ A5 ທີ່ໃຊ້ໃນ iPad 2 ເຮັດໃຫ້ໄວ້ກວ່າເກົ່າ 2 ເທົ່າ ແລະ ກາບພິກໄວ້ກວ່າເກົ່າ 7 ເທົ່າ ຈໍ Retina Display ກ້ອງຄວາມລະອຽດ 8 ລ້ານພິກເຊວ (3264 x 2448) ສາມາດບັນທືກວີດີໂອຟູໄຫເດບ 1080p ຮອງຮັບສັນຍານໂທລະສັບໄດ້ທັງ 2 ລະບົບຄື GSM & CDMA ແລະ ຄວາມໄວ້ໃນການເຊື່ອມຕໍ່ 3G ໄວ້ເພີ່ມຂື້ນຈາກແຕ່ເກົ່າ 7.2 Mbps 14.4 Mbps ສ່ວນລາຄ່າ ແລະ ຄວາມຈຸນັ້ນມີດ້ວຍກັນ 3 ຂະຫນາດ iPhone 4S ຂະຫນາດ 16GB ລາຄາ 199 US 32GB ລາຄາ 299 US ແລະ 64GB ລາຄາ 399 US ສ່ວນ iPhone 4 ຈະມີລາຄາເຫລືອພຽງ 99 ລາຄາທັງຫມົດນີ້ແມ່ນລວມສັນຍານ 2 ປີ
ແລະນີ້ແມ່ນຮູບສົມທຽບສະເປກ iPhone 4 ແລະ 4S